ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໃດ້ເຂົ້າໄປຫາກິນໃນປ່າແລ້ວພົບສົບບຄົນເສຍຊີວິດ ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020, ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໄດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ ຈຶ່ງຢືນຢັນໄດ້ວ່າເປັນຮ່າງການເສຍຊີວິດຂອງພໍ່ຕູ້ພວງແທ້,
ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ ອອກໄປທາງທິດໄຕ້ ປະມານ 6 ກິໂລແມັດ. ເປັນຈຸດທີ່ເຄີຍເຮັດພິທີ ແລະຄົ້ນຫາຫລາຍຫລົບຫລາຍຕ່າວ ແຕ່ບໍ່ພົບ
ເຊິ່ງຕອນນີ້ທາງເຈົ້າໜ້າທີ່ກອງພິສູດຫຼັກຖານກຳລັງຮວບຮວມຫຼັກຖານເພື່ອພິສູດຫາສາເຫດຂອງການເສຍຊີວິດຂອງຕູ້ພວງ ແລະ ຈະມີການຖະແຫຼງຂ່າວຢ່າງເປັນທາງການຈາກພາກສ່ວນທີ່ກ່ຽວຂ້ອງໃນໄວໆນີ້
ໃນຄືນວັນທີ 1 ກຸມພາ 2020, ທາງຄອບຄົວ ພໍ່ຕູ້ພວງ, ພຣະສົງ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອາສາສະໝັກ ໄດ້ເດີນທາງ ຜ່າຄວາມມືດ ເດີນທາງໄປກັບ 7-8 ຊົ່ວໂມງ ເພື່ອ ໄປຮັບເອົາສົບ ພໍ່ຕູ້ພວງກັບບ້ານ.
ສົບບໍາເພັນກຸສົນໄວ້ທີ່ ວັດສີບຸນເຮືອງ (ສີໃຄ) ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ພວກເຮົາຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງ ແລະ ຄອບຄົວຂອງຕູ້ພວງ
More Stories
ຢືມລົດ ແລ້ວເອົາໄປເລີຍ ສຸດທ້າຍໄປບໍ່ລອດ
ລະວັງຈະມີຝົນຕົກຟ້າຮ້ອງຟ້າເຫື້ຼອມ ແລະລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ
ກໍ່ເຫດດຶງກະເປົາ ແຕ່ຖືກພົນລະເມືອງດີຊ່ວຍກັນຈັບ