ໃນຕອນເຊົ້າຂອງວັນທີ 21 ກຸມພາ2021 ທີບ້ານສາຍນ້ຳເງິນ ນະຄອນຫລວງວຽງຈັນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ລົງ ປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫລື ສສຊ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຫລືສສຂ ຊຸດທີ II ຢູ່ຫນ່ວຍເລືອກຕັ້ງ ທີ 16 ບ້ານສາຍນ້ຳເງິນ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ.
ບ້ານສາຍນ້ຳເງິນ ມີ 3 ຫນ່ວຍເລືອກຕັ້ງ ຄື: ຫນ່ວຍທີ16, ຫນ່ວຍທີ 17 ແລະ 18; ມີພົນລະເມືອງທັງຫມົດ 2.404 ຄົນ, ຍິງ 1.383 ຄົນ; ຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ ມີ 1.852 ຄົນ, ຍິງ 1.165 ຄົນ.
More Stories
ຢືມລົດ ແລ້ວເອົາໄປເລີຍ ສຸດທ້າຍໄປບໍ່ລອດ
ລະວັງຈະມີຝົນຕົກຟ້າຮ້ອງຟ້າເຫື້ຼອມ ແລະລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ
ກໍ່ເຫດດຶງກະເປົາ ແຕ່ຖືກພົນລະເມືອງດີຊ່ວຍກັນຈັບ