ກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ ຂໍແຈ້ງມາຍັງບັນດາທ່ານວ່າ: ກະຊວງຍຸຕິທໍາ ມີຄວາມຕ້ອງການຮັບລັດຖະກອນໃໝ່ ໃນປີ 2021 ຈໍານວນ 3 ຕຳແໜ່ງ (ວິຊາການກົດໝາຍ) ເພື່ອມາປະກອບໃຫ້ບັນດາກົມ. ສະນັ້ນ, ຫາກທ່ານໃດສົນໃຈ ໃຫ້ມາພົວພັນຊີ້ເອກະສານຄໍາຮ້ອງດ້ວຍຕົນເອງ ຢູ່ກົມຈັດຕັ້ງ ແລະ ພະນັກງານ, ກະຊວງຍຸຕິທໍາ ນັບແຕ່ວັນທີ 08 ເມສາ 2001 ເປັນຕົ້ນໄປ.
ກໍານົດສົ່ງຄໍາຮ້ອງບໍ່ໃຫ້ກາຍ ເວລາ 11:30 ໂມງ ຂອງວັນທີ 13 ເມສາ 2021;
– ປະກາດລາຍຊື່ຜູ້ມີສິດສອບເສັງ ວັນທີ 20 ເມສາ 2021;
ການສອບເສັງຈະໄດ້ຈັດຂື້ນຢູ່ກະຊວງຍຸຕິທຳ ໃນເວລາ 13:30 ໂມງ ຂອງໃນວັນທີ 21 ເມສາ 2021.
ເງື່ອນໄຂຂອງຜູ້ສະໝັກ
– ຖືສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວ ນັບແຕ່ ສາມປີ ຂຶ້ນໄປ;
– ລະດັບວິຊາສະເພາະຈົບກົດໝາຍຊັ້ນສູງ ຂຶ້ນໄປ;
– ມີອາຍຸ 18 ປີຂື້ນໄປ ແຕ່ບໍ່ເກີນ 35 ປີ;
– ມີສຸຂະພາບແຂງແຮງດີ, ເປັນພົນລະເມືອງດີ, ມີຄຸນສົມບັດດີ, ບໍ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ
ໃນສະຖານກະທໍາຜິດໂດຍເຈຕະນາ, ບໍ່ຖືກປະຕິບັດວິໄນໄລ່ອອກຈາກອົງການຈັດຕັ້ງຂອງລັດ ຫຼື ອອກຈາກລັດວິສະຫະກິດໂດຍມີຄວາມຜິດທາງວິໄນ.
– ນອກຈາກວິຊາສະເພາະກົດໝາຍ, ຖ້າຜູ້ໃດຮູ້ພາສາຕ່າງປະເທດໃດໜຶ່ງໃນລະດັບດີ ແລະ ຮຸ້ນໍາໃຊ້ຄອມພີວເຕີ
ຈະເປັນເງື່ອນໄຂໃນການພິຈາລະນາ;
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານທີ່ມີຄວາມສົນໃຈເຂົ້າມາພົວພັນຊື້ ແລະ ຢື່ນເອກະສານຕາມເງື່ອນໄຂທີ່ໄດ້ກໍານົດໄວ້ແລະກະກຽມສອບເສັງຕາມແຈ້ງການສະບັບນີ້.
ຕິດຕໍ່ພົວພັນໃນໂມງລັດຖະການ
ໂທ: 021 415522, ແຟ້ກ: 021 414104
ບຸນທາ ຊົງເຢີທ່າວ
More Stories
ງູຂຽວ ຂຶ້ນສຽນພຣະພຸດທະຮູບໃຫຍ່ ໃນວັນສັງຂານຂຶ້ນ ປີໃຫມ່ລາວ ວັນທີ 16 ເມສາ 2021
ງູຂຽວ ຂຶ້ນສຽນພຣະພຸດທະຮູບໃຫຍ່ ໃນວັນສັງຂານຂຶ້ນ ປີໃຫມ່ລາວ ວັນທີ 16 ເມສາ 2021
ປະຫວັດການເຄື່ອນໄຫວ ຂອງຜູ້ຕິດເຊື້ອທັງ 4 ກໍລະນີ