ຂ່າວຕ່າງປະເທດລາຍງານວ່າ: ອິນເດຍ ໄດ້ຍິງສົ່ງດາວທຽມສຳຫຼວດໂລກຂອງບຣາຊິນ ອາເມຊອນ-1 ຂຶ້ນສູ່ວົງໂຄຈອນໂລກ. ດາວທຽມແອມະຊໍເນຍ-1 ຈະກວດສອບ ແລະ ສົ່ງຂໍ້ມູນກ່ຽວກັບການທຳລາຍປ່າ ແລະ ວິເຄາະຄວາມຫຼາກຫຼາຍດ້ານການກະສິກໍາ ໃນພາກພື້ນອາເມຊອນ ໃຫ້ກັບໜ່ວຍງານທີ່ກ່ຽວຂ້ອງໃນ ບຣາຊິນ. ຂ່າວລາຍງານວ່າ: ທ້າຍເດືອນກຸມພາຜ່ານມາ, ອົງການວິໄຈອາວະກາດອິນເດຍ ໄດ້ປະສົບຄວາມສໍາເລັດ ທີ່ໃຊ້ຈະຫຼວດຂົນສົ່ງດາວທຽມຂົ້ວໂລກແບບ PSLV...
ຂ່າວຕ່າງປະເທດ
ພິພິດທະພັນສັດນໍ້າຊິມາເນະ ທີ່ເມືອງ ຮາມາດະ ມີລາຍງານວ່າວັນທີ່ 28 ເດືອນ ມັງກອນ ປີ 2021 ທີ່ຜ່ານມາ ມີຊາວປະມົງພົບກັບປາເມິກຍັກທີ່ມີຄວາມຍາວເຖີງ 4,1 ແມັດ, ນໍ້າໜັກ 170 ກິໂລ ໄດ້ເກີຍຕື້ນແຄມຝັ່ງ ຜູ້ຊ່ຽວຊານກ່າວວ່າ ອາດເປັນຍ້ອນຍກະແສນໍ້າທີ່ຊັດມາເມິກຍັກໂຕນີ້ມາເກີຍຕື້ນ, ມີການປ່ຽນແປງເລື່ອງຂອງກະແສນໍ້າໃນທະເລເລິກ...
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາ, ອົງການການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ໄດ້ເຜີຍແຜ່ບົດລາຍງານປະຈຳປີໂດຍລະບຸວ່າ: ການແຜ່ລະບາດຂອງໂຣກໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວສາກົນໃນປີ 2020, ເຮັດໃຫ້ຈຳນວນນັກທ່ອງທ່ຽວສາກົນຫຼຸດລົງ 74%. ບົດລາຍງານລະບຸວ່າ: ການເດີນທາງຂອງນັກທ່ອງທ່ຽວສາກົນຫຼຸດລົງ ປະມານ 1 ພັນລ້ານເທື່ອຄົນທົ່ວໂລກໃນປີ 2020, ເມື່ອທຽບກັບປີ 2019 ຊຶ່ງເປັນຜົນມາຈາກຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນເກືອບທຸກປະເທດທົ່ວໂລກ ເພື່ອຄວບຄຸມການລະບາດໃຫຍ່....
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ກຸມພາ 2021 ວ່າ ທ່ານຫງຽນ ຟູຈ່ອງ ທີ່ຫາກໍ່ໄດ້ຮັບເລືອກຈາກສະພາແຫ່ງຊາດຫວຽດນາມ ໃຫ້ດຳລົງຕຳແຫນ່ງເລຂາທິການໃຫ່ຍພັກຄອມມູນິດ ແລະປະທານປະເທດ ຫວຽດນາມຕໍ່ເນື່ອງເປັນສະໄຫມທີ 3 ຖະແຫລງການຫລັງສຳເລັດກອງປະຊຸມໃຫ່ຍພັກຄອມມູນິສຫວຽດນາມວ່າ ພັກໄດ້ເປັນເອກະພາບໃນການປັບເປົ້າຫມາຍຕາມແຜນພັດທະນາເສດຖະກິດຂອງປະເທດໃນໄລຍະ 5 ປີ ລະຫວ່າງປີ 2021-2025 ໃຫ້ມີອັດຕາການຂະຫຍາຍໂຕເພີ່ມສູງຂື້ນຈາກທີ່ເຄີຍກຳນົດໄວ້ສຳຫລັບຊ່ວງ 5...
ວັນທີ 1 ກຸມພາ 21 ຂ່າວ BBC ລາຍງານວ່າ ໂຄສົກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ(NLD) ຖະແຫລງວ່າ ທ່ານນາງ ອອງຊານຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງມຽນມາ ຖືກກອງທັບ ຄວບຄຸມຕົວ ບໍ່ດົນກ່ອນການປະຊຸມໃນລັດຖະສະພາ ຊຸດໃຫມ່ຈະເປີດສາກຂື້ນໃນວັນນີ້ ແລະ ເກີດຂື້ນພຽງ...
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ມັງກອນ 2021 ໂດຍອ້າງລາຍງານຂອງວິທະຍຸໂທລະພາບແຫ່ງປະເທດຈີນ (CCTV) ວ່າ ເຈົ້າຫນ້າທີ່ຄ້າຍຄຸມຂັງກາງໃນເທດສະບານນະຄອນທຽນຈິນ ທາງພາກຕາເວັນອອກສຽງເຫນືອຂອງຈີນ ທຳການປະຫານຊີວິດທ່ານໄຫລ ສ່ຽວຫມິນ ອະດີດຜູ້ອຳນວຍການບໍລິສັດຫົວຣົ່ງ ຊຶ່ງເປັນຫນຶ່ງໃນລັດວິສາຫະກິດ ດ້ານການບໍລິຫານຈັດການຊັບສິນຂອງລັດຖະບານຈີນ ທັງນີ້ການປະຫານຊີວິດທ່ານໄຫລ ເກີດຂື້ນຫລັງສານອຸທອນໃນນະຄອນປັກກິ່ງພິຈາລະນາຄຳສັ່ງປະຫານຊີວິດຂອງສານປະຊາຊົນແຫ່ງເທດສະບານນະຄອນທຽນຈິນ ຊຶ່ງພິພາກສາເມື່ອວັນທີ 5 ມັງກອນ ທີ່ຜ່ານມາ...
ຕາມຂ່າວສານ ຫວຽດນາມ, ວັນທີ 25 ມັງກອນ, ເຈົ້າໜ້າທີ ບຣາຊິນ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ ແລະ ບາດເຈັບ 33 ຄົນ ຈາກອຸບັດເຫດ ລົດໂດຍສານ ພິກຂວໍ້າ ຢ່າງຮຸນແຮງ ຢູ່...
ສາມຫນຸ່ມພີ່ນ້ອງຫນື່ງໃນສະມາຊິກຂອງຄອບຄົວຂະຫນາດໃຫ່ຍທີ່ມີຊື່ສຽງຂອງແຄນາດາ ເຜີຍຊີວິດໃນຄອບຄົວໃຫ່ຍຫວັງໃຫ້ໂລກຮູ້ແລະເຂົ້າໃຈ ຫລັງພໍ່ຂອງຕົນມີເມຍເຖິງ 27 ຄົນ ແລະ ມີລູກເຖິງ 150 ຄົນ ເມີລິນ ມໍຣໄວ 19 ປີ ແລະອ້າຍຂອງລາວໄດ້ເປີດເຜີຍເລື່ອງລາວຂອງຄອບຄົວຜ່ານຕິກຕ໋ອກໃນບັນຊີທີ່ຊື່ວ່າ @ merlins.life ໂດຍກ່າວວ່າໃນອະດີດລາວພະຍາຍາມທີ່ຈະປົກປິດເລື່ອງຄອບຄົວຂອງຕົນມາໂດຍຕະຫຼອດວ່າທີ່ຜ່ານມາເຂົາຖືກລ້ຽງດູມາຈັ່ງໃດ ແຕ່ໃນຕອນນີ້ເຂົາຕັດສິນໃຈທີ່ຈະເລົ່າເລື່ອງລາວຂອງໂຕເອງເພື່ອໃຫ້ທຸກຄົນໄດ້ຮັບຮູ້ ແລະເຂົ້າໃຈຕອນນີ້ເມີລິນ ອາໄສຢູ່ໃນອາເມຣິກາ...
ເຊີນຊວນບັນດາທ່ານ ມາພິຊິດ ພູຜາດ່າງ ຍ່າງປ່າ ຊົມວິວ, ນະມັດສະການພະພຸດທະຮູບບູຮານ ເທິງຍອດພູຜາດ່າງ, ປະມານ 60 ກິໂລແມັດ ຈາກນະຄອນຫຼວງວຽງຈັນ, ຕັ້ງຢູ່ເມືອງ ທຸລະຄົມ ແຂວງວຽງຈັນ, ໄປກັບ ມື້ດຽວ ສະບາຍ ສະບາຍ. ສົນໃຈການພະຈົນໄພ ຍ່າງປ່າ...
ສ.ເກົາຫລີ ໃນອຸນຫະພູມຕິດລົບ 20 ອົງສາ ໜາວທີ່ສຸດໃນຮອບ 57 ປີ ຈົນແມ່ນ້ຳຮັນກາຍເປັນນ້ຳກ້ອນ ສົ່ງຜົນກະທົບໃຫ້ຕອນນີ້ນ້ຳປະປາຢູ່ ສ.ເກົາຫລີ ໃຊ້ບໍ່ໄດ້ ເພາະເປັນນ້ຳກ້ອນໄປໝົດແລ້ວ. ທີ່ມາ: ໜັງສືພິມລາວພັດທະນາ
ສຳນັກຂ່າວ Rfa ຫວຽດນາມ ໄດ້ລາຍງານໃນວັນທີ 11 ມັງກອນ 2021 ທີ່ຜ່ານມາວ່າ: ມີນັກທ່ອງທ່ຽວ ໄປທ່ຽວຊົມຫິມະຕົກ ທີ່ ແຂວງ ຫຼ່າວກາຍ ຢູ່ທາງພາກຕະເວັນຕົກສ່ຽງເໜືອຂອງປະເທດຫວຽດນາມ ຕິດກັບຊາຍແດນຈີນ ຂະນະດຽວກັນ ອຸນຫະພູມທີ່ຫຼຸດລົງ ປະກອບກັບມີຫິມະຕົກ ເຮັດໃຫ້ຄວາຍຂອງຊາວນາຕາຍເປັນຈໍານວນຫຼາຍ ເພາະອາກາດໜາວເຢັນ...
ຕາອີຕົນ!ບາງຊິ້ນສ່ວນທີ່ຖືກພົບໃນການຄົ້ນຫາຍົນຕົກທີ່ອິນໂດເນເຊຍເສື້ອລາຍມິກກີ້ຂອງຫຼານນ້ອຍໂຊກຮ້າຍຍັງຄົງສະພາບເດີມແຕ່ວ່າຫຼານນ້ອຍບໍ່ໄດ້ຢູ່ແລ້ວ ຍົນສາຍການບິນ Sriwijaya Air boeing 737-500 ຈາກ ຈາກາຕາ-ປອນເຕຍນັດ, ພາຍໃນປະເທດ, ຖ້ຽວບິນSJ 182 ຂາດການຕິດຕໍ່ໃນເວລາ 14.40 ມ. ຫຼັງຂຶ້ນບິນໄດ້ພຽງ 4 ນາທີ. ມີຜູ້ໂດຍສານພ້ອມລູກເຮືອ 62ຄົນ (ຜູ້ໃຫ່ຍ...
ການເດີນທາງໄປສຳຫຼວດກວດເບິ່ງຄວາມທຸກຍາກທີ່ແທ້ຈິງຢູ່ເມືອງຟູ້ຜິງແຂວງເຮີເປີຍ ຢູ່ບ້ານລົ້ວໂຖວານເມືອງຟູ້ຜິງແຂວງເຮີເປີຍ, ລຸງຖັງຢົງປິ່ນ ຊາວບ້ານຜູ້ທຸກຍາກທີ່ເຄີຍພົບເຫັນເຈົ້າໜ້າທີ່ລະດັບສູງສຸດກໍ່ພຽງແຕ່ແມ່ນທ່ານຕາແສງ. ມື້ນັ້ນ, ເລຂາໜ່ວຍພັກບ້ານໄດ້ມາຫາລຸງຖັງຢົງປິ່ນ ແລະບອກວ່າ: ຂັ້ນເທິງຈະພາເຈົ້າໜ້າທີ່ມາສຳຫຼວດກວດກາ, ແຕ່ບໍ່ໄດ້ບອກລາວວ່າແມ່ນໃຜຈະມາ, ລາວເອງບໍ່ເຄີຍຄິດມາກ່ອນວ່າ: ເຈົ້າໜ້າທີ່ທ່ານນີ້ແມ່ນທ່ານສີຈິ້ນຜິງ ປະທານປະເທດຈີນ. ລຸງຖັງຢົງປິ່ນໄດ້ຈັບມືກັບທ່ານສີຈິ້ນຜິງ, ລາວຕື່ນເຕັ້ນຫຼາຍຈົນລືມຄວາມເວົ້າທີ່ໄດ້ກຽມໄວ້ໝົດຄືນ. ທ່ານປະທານສີຈິ້ນຜິງເວົ້າວ່າ: ເປົ້າໝາຍຂອງການເດີນທາງມາສຳຫຼວດກວດກາຄັ້ງນີ້ ແມ່ນສຳຫຼວດກວດເບິ່ງສະພາບຄວາມເປັນຈິງກ່ຽວກັບຄວາມທຸກຍາກ. ບໍ່ວ່າໄລຍະທາງຈະໄກປານໃດ, ສະພາບຄວາມທຸກຍາກຈະລຳບາກຊ່ຳໃດ, ກໍຕ້ອງສູ້ຊົນໃຫ້ບັນລຸເປົ້າໝາຍນີ້....
ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ໂຄງການ ຮ່ວມມື ເຮືອບິນໂດຍສານ ລຸ້ນຊີອາຣ 929 (CR929) ຂອງ ຈີນ-ຣັດເຊຍ ໄດ້ດຳເນີນໄປດ້ວຍດີ ເຖິງແມ່ນວ່າ ຈະຜະເຊີນກັບ ການແຜ່ລະບາດ ຂອງພະຍາດ ໂຄວິດ-19. ຄາດວ່າ...
ພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 10 ທັນວາ 2020 ເຊິ່ງມອບໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ...
ສະບາຍດີຫມູ່ເພື່ອນທີ່ຫນ້າຮັກທຸກຄົນມື້ນີ້ເຮົາມີສາລະ ແລະ ຄວາມຮູ້ທາງຢາພື້ນເມືອງຂອງຕົ້ນຂ້ວມຕາຍຫງາຍເປັນບາງທ້ອງຖີ່ນຮ້ອງຕົ້ນຕາຍໃບເປັນ ຫລືວ່າຕົ້ນສົ້ມເຊົາມາເວົ້າສູ່ຟັງ: ຕົ້ນຂ້ວມຕາຍຫງາຍເປັນແມ່ນເປັນຕົ້ນໃມ້ປະດັບທີ່ປຸກຕາມເຮືອນແລະ ເປັນຕົ້ນໃມ້ມົງຄູນອິກສະນິດຫນື່ງທີ່ປຸກໃວ້ຕາມເຮືອນລັກສະນະແມ່ນເປັນໃມ້ລົ້ມລຸກທີ່ມັກເກິດຢູ່ຕາມປ່າຫລືຕາມບ້ານຫລືພື້ນທີ່ເປົ່າຫ່ວາງຂອງບ້ານເຮົາເປັນພຶດທີ່ຈະເລີນເຕິບໂຕງ່າຍ ຕາມພື້ນທີ່ມີຫີນຄວາມສຸງປະມານ 1 ແມັດ ໃບສີຂງວຍາວເປັນຮູບໃຂ່ປະມານ 5-10 ເຊັນ ກ້ວາງປະມານ 5ເຊັນ ຂອບໃບມີລັກສະນະເປັນຕູ່ມຍອຍລຽນແຖວອ້ອມໃບແຕ່ລະໄບແມ່ນສາມາດແພ່ພັນດ້ວຍຕຸ່ມອ້ອມຂ້າງທີ່ສາມາດອອກຮາກ ແລະ ອອກຕົ້ນນ້ອຍໆ ດອກແມ່ນເປັນດອກຊໍ່ສີບົວອ່ອນຕິດກັນເປັນພວງ ແລະ ກ້ານ...
ມືນີ້ Facebook ໄດ້ເປີດໂຕແຄມເປນ #ລາວຊ່ວຍລາວ ທີ່ມີການເນັ້ນໜັກໄປທີ່ການເຮັດ ວີດີໂອ ຢູ່ ສປປ ລາວ. ໂດຍມີການເຮັດວຽກຮ່ວມກັບ 3 ນັກສ້າງວີດີໂອ ອັນດັບຕົ້ນໆຂອງເມືອງລາວ ເພື່ອສ້າງເນື້ອຫາກ່ຽວກັບປະສົບການການທ່ອງທ່ຽວພາຍໃນປະເທດ ທີ່ຈະຊ່ວຍສົ່ງເສີມການຟື້ນຟູເສດຖະກິດໃນໄລຍະທ້າຍປີນີ້. ທ່ານ ແພັກເດ ເຮັງ ,...
ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ເປີດເຜີຍໃນວັນທີ 7 ທັນວາວ່າ: ກຳປູເຈຍຈະຈັດສັນວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຫ້ປະຊາຊົນໂດຍບໍ່ຄິດຄ່າໃຊ້ຈ່າຍ ເມື່ອວັກຊີນພ້ອມສຳລັບການນຳໃຊ້ແລ້ວ.ທ່ານ ຮຸນ ເຊນ ໂພສໃນເຟສບຸກວ່າ: ທ່ານໄດ້ແນະນຳໃຫ້ທ່ານ ແມມ ບຸນເຮັງ ລັດຖະມົນຕີກະຊວງສາທາລະນະສຸກຂອງກຳປູເຈຍ ປຶກສາຫາລືກັບພັນທະມິດເພື່ອການພັດທະນາ ໂດຍສະເພາະອົງການອະນາໄມໂລກ...